• Bailane: ສຳຫລັບ ຜຸ້ຂຽນແລະຜຸ້ອ່ານ

ທົ່ງນາເງືອກ ຈາກນິທານພື້ນບ້ານ ກັບຄວາມເປັນຈິງ




ຖ້າທ່ານຜູ້ໃດຢາກໄປຢ້ຽມຢາມ ເມືອງວິລະບູລີ ເມື່ອໄກ້ຈະຮອດເມືອງເຊໂປນຍັງອີກປະມານ 3 ກິໂລແມັດ ຢ່າລືມແວ່ເຂົ້າບ້ານນາບໍ່ ໄປທາງທິດເໜືອຕາມເສັ້ນທາງ 28A ປະມານ 47 ກິໂລແມັດ ກໍຈະຮອດເມືອງວິລະບູລີ. ເມືອງນີ້ເປັນເມືອງຕັ້ງໃໝ່ໂດຍແຍກອອກຈາກເມືອງເຊໂປນໃນຊຸມປີ 1990. ເຖິງວ່າຈະຕັ້ງຂື້ນໃໝ່ແຕ່ກໍຜ່ານມາໄດ້ 17ປີແລ້ວ ແລະປັດຈຸບັນກໍກາຍເປັນເມືອງທີ່ມີຊື່ສຽງເມືອງໜຶ່ງ ເພາະວ່າເມືອງດັ່ງກ່າວມີ ບໍ່ຄໍາ ແລະບໍ່ທອງແດງ ເຊິ່ງຜ່ານການສໍາຫຼວດມາຕັ້ງແຕ່ປີ 1993 ຈົນຮອດ ປີ 1999 ໂດຍບໍລິສັດ CRA-RTZ (ຕໍ່ມາໄດ້ປ່ຽນຊື່ມາເປັນ RIO TINTO) ແລະໄດ້ເລີ່ມທໍາການຂຸດຄົ້ນໃນປີ 2002 ໂດຍບໍລິສັດ OXIANA (ຈາກນັ້ນໄດ້ປ່ຽນຊື່ມາເປັນ Oz minerals, ປັດຈຸບັນ Minmetals ຈາກ ຈີນໄດ້ຊື້ເອົາໂຄງການດັ່ງກ່າວ).

ປັດຈຸບັນເມືອງວິລະບູລີ ກໍາລັງຢູ່ໃນຊ່ວງແຫ່ງການສ້າງສາພັດທະນາ ແລະຍັງເປັນເມືອງທີ່ມີເງື່ອນໄຂດີ ໃນຊ່ວງເວລາທີ່ທໍາການຂຸດຄົ້ນ ຄໍາ ແລະທອງແດງ ໄປພອ້ມໆກັນ. ປະຊາຊົນສ່ວນຫຼາຍກໍມີວຽກເຮັດງານທໍາ ແລະອີກສ່ວນໜຶ່ງກໍພະຍາຍາມປັບຕົວ ໃຫ້ເຂົ້າກັບຊ່ວງການຂະຫຍາຍຕົວ ທາງເສດຖະກິດ ໃນທ້ອງຖີ່ນ ແລະພາຍໃນຕົວເມືອງ. ຖ້າທຽບໃສ່ສະພາບ ຕອນທີ່ຂ້າພະເຈົ້າ ເຂົ້າມາໃນນາມນັກສໍາຫຼວດທໍລະນີສາດ ໃນຊ່ວງຕົ້ນປີ 1992 ກັບສະພາບປັດຈຸບັນ ມີຄວາມແຕກຕ່າງກັນຢ່າງຂາດຂັ້ນ ເພາະຊ່ວງນັ້ນ ໃນຕົວເມືອງມີເຮືອນເຮັດດ້ວຍແປ້ນ ພຽງຫຼັງດຽວ ແລະກໍເປັນຫ້ອງການ ຕ້ອນຮັບທິມງານພວກຂ້າພະເຈົ້າ ທີ່ມາຕິດຕໍ່ພົວພັນວຽກງານເທົ່ານັ້ນ. ເນື້ອທີ່ຂອງເມືອງດັ່ງກ່າວ ຫຼາຍກ່ວາເຄິ່ງໜຶ່ງ ເປັນພູຜາປ່າໄມ້, ບໍລິເວນທີ່ເປັນທົ່ງພຽງ ສ່ວນຫຼາຍແມ່ນຢູ່ລຽບຕາມແມ່ນ້ໍາລໍາເຊ. ເມືອງວິລະບູລີ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ນອກຈາກ ບໍ່ຄໍາ ແລະບໍ່ທອງແລ້ວ ຍັງມີສະຖານທີ່ ທີ່ໜ້າຊົມອີກຫຼາຍແຫ່ງ ເຊັ່ນຖ້ໍາພະເຈົ້າອົງແສນ, ໜອງເທວະດາ, ທາດນາງລາວ (ນາງລາວ ຄືມະເຫສີ ຂອງເຈົ້າອານຸ ທີ່ຖືກສົ່ງ ມາເປັນເຈົ້າຢູ່ເຂດນີ້ ໃນສະໄໝນັ້ນ), ຜາລົມ, ຜາແປນ ແລະອີກແຫ່ງໜຶ່ງກໍຄື ທົ່ງນາເງືອກ ທີ່ກໍາລັງຈະເວົ້າເຖີງນີ້ເອງ.

ສ່ວນນິທານກ່ຽວກັບທົ່ງນາເງືອກ ທີ່ຈະເວົ້າເຖິງນີ້ ຂ້າພະເຈົ້າໄດ້ຍີນມາຈາກຜູ້ເຖົ້າຜູ້ແກ່ໃນເຂດນີ້. ທົ່ງນາເງືອກແຫ່ງນີ້ຕັ້ງຢູ່ລະຫວ່າງກາງ ຂອງບໍ່ຄໍາ ແລະ ບໍ່ທອງ. ປະຈຸບັນພື້ນທີ່ແຫ່ງນີ້ ໄດ້ຖືກອານຸລັກໄວ້ ໃຫ້ເປັນພື້ນທີ່ສະຫງວນດ້ານວັດຖຸບູຮານ. ນາເງືອກມີລັກສະນະເປັນທົ່ງຫຍ້າ ຍາວຢຽດໄປທາງທິດຕາເວັນອອກ ຫາຕາເວັນຕົກ, ຍາວປະມານ 500ແມັດ ແລະກວ້າງສະເລ່ຍ 300ແມັດ. ຄົນຕ່າງປະເທດທີ່ອອກສະໝາມນໍາກັນ ມັກຈະເອີ້ນນາເງືອກ ເປັນພາສາເຂົາເຈົ້າວ່າ Dragon Field. ຕໍານານຂອງນາເງືອກແຫ່ງນີ້ ໄດ້ຖືກເລົ່າຂານ ກັນມາດັ່ງຕໍ່ໄປນີ້:

ໄດ້ຫຼາຍຮ້ອຍປີມາແລ້ວ ໃນບໍລິເວນອ້ອມແອ້ມເຂດນາເງືອກ ເຄີຍມີໝູ່ບ້ານຕັ້ງອາໄສຢູ່ ເປັນຖີ່ນຖານທໍາມາຫາກີນ ດ້ວຍຄວາມອຸດົມສົມບູນ, ວັນເວລາຜ່ານໄປ ຄວາມອຸດົມສົມບູນເຫຼົ່ານັ້ນກໍຈືດຈາງໄປ ເພາະມີເງືອກສອງຜົວເມຍ ລອຍຂື້ນມາຕາມລໍານໍ້າເຊບາຍ ຈົນສຸດຍອດນໍ້າ ແລ້ວລັດລົງສູ່ນ້ໍາກອກ ແລ້ວສືບຕໍ່ລອຍຂື້ນຕາມລໍານ້ໍາກອກ ແລ້ວແວ່ເຂົ້າໄປຕາມຫວ້ຍຄະນົງ, ຫວ້ຍດັ່ງກ່າວມີຍອດ ຢູ່ບໍລິເວນເປີ້ນພູຜາດ່າງ ແລະໄຫຼປອ່ງໃສ່ນ້ໍາກອກ. ຫ້ວຍນີ້ກ່ອນຈະຕົກສູ່ນ້ໍາກອກ ກໍໄຫຼຜ່ານທົ່ງນາປະຊາຊົນແຖບນັ້ນ. ເງືອກທັງສອງ ຖືເອົາຂອບແຄມທົ່ງນາຕີນພູ ເປັນທີ່ພັກອາໄສ. ແຕ່ແທນທີ່ຈະຢູ່ ດ້ວຍການສ້າງຄວາມສົມບູນພູນສຸກ ໃຫ້ປະຊາຊົນໃນທອ້ງຖີ່ນດັ່ງກ່າວ ກັບບີບບັງຄັບໃຫ້ປະຊາຊົນແຖບນັ້ນ ຫາຍິງສາວພົມມະຈາລີໜຶ່ງຄົນ ມາບວງສວງທຸກໆປີ ຖ້າບໍ່ກະທໍາເຊັ່ນນັ້ນ ຜົນເກັບກ່ຽວກໍຈະຖືກທໍາລາຍເສຍຫາຍ ແລະໄດ້ຮັບໄພພິບັດຕ່າງໆນາໆ. ເພື່ອຄວາມຢູ່ລອດ ປອດໄພຂອງປະຊາຊົນ ການບວງສວງຈຶ່ງໄດ້ດໍາເນີນໄປທຸກໆປີຕິດຕໍ່ກັນໄປ ຈົນກະທັ້ງກ້າວເຂົ້າຫາປີ ທີ່ຫາຍິງສາວພົມມະຈາລີ ເພື່ອນໍາໄປບວງສວງບໍ່ໄດ້ອີກແລ້ວ ປະຊາຊົນຈຶ່ງພາກັນຫຼົບລີ້ໜີໄພ ໄປຢູ່ບອ່ນອື່ນ.

ອາດເປັນເພາະບາບກໍາ ຂອງເງືອກທັງສອງ ເພາະກ່ອນຈະມາອາໄສຢູ່ທີ່ນີ້ ໄດ້ຫຼົບໜີການຈັບກຸມ ຂອງໝໍເງືອກໃນເຂດພື້ນທີ່ແຫ່ງໜື່ງ ແຖບນ້ໍາກະດິງ. ບັນດາໝໍເງືອກ ໄດ້ພາກັນໃຊ້ວິຊາອາຄົມນໍາ ຕິດຕາມດ້ວຍຄວາມອົດທົນ ຈົນໃນທີ່ສຸດກໍມາພົບ ແລະຈັບເງືອກທັງສອງຜົວເມຍນີ້ໄດ້. ພິທີຂ້າເງືອກທັງສອງຈຶ່ງຖືກຈັດຂື້ນ ໃນບໍລິເວນທີ່ເຄີຍທໍາການ ບວງສວງ. ເງືອກທັງສອງຖືກແທງດັງ ມັດຕິດໄວ້ກັບຕົ້ນຄໍ້. ພິທີໄດ້ດໍາເນີນໄປ ໂດຍເງືອກຕົວແມ່ຖືກແທງທີ່ຫົວໃຈ ແລະກອ່ນຈະຂາດໃຈຕາຍ ໄດ້ດີ້ນຊັກຈົນເຊືອກຂາດ ທັງດີ້ນ ທັງດຸດໝົ້ນລົງພື້ນດີນ ໄປທາງຕີນພູຜາດ່າງ. ສ່ວນເງືອກຕົວຜູ້ ທີ່ຖືກມັດຕິດກັບຕົ້ນຄໍ້ຢູ່ຖັດໄປ ເຫັນເມຍຕົນຖືກແທງກໍຢ້ານ ແລະຫວາດກົວ ຈຶ່ງດີ້ນຈົນໝົດເຫື່ອໝົດແຮງ ຈົນເຮັດໃຫ້ຕົ້ນຄໍ້ທີ່ຖືກມັດໄວ້ນັ້ນ ກົ່ງເນີ້ງລົງຈົນເກືອບຈໍາດີນ. ເຖິງຈະດີ້ນຮົນປານໃດ ໝໍເງືອກກໍຍັງສາມາດ ຮ່າຍມັນຄາຖາ ຄອບງໍາໃຫ້ໝົດລິດໝົດເດດໄດ້. ຝູງຊົນທີ່ມາຮ່ວມພິທີ ແທນທີ່ຈະຢ້ານກົວ ກັບເກີດຄວາມໂກດແຄ້ນ ພ້ອມພາກັນຖືຫອກ ຖືຄ້ອນແລ່ນເຂົ້າ ໄປແທງ ແລະທຸບຕີຊ້ໍາອີກ. ເມື່ອຖືກແທງ ແລະທຸບຕີ ກໍຍີ່ງດີ້ນ ຈົນໃນທີ່ສຸດ ຮູດັງເງືອກກໍຈີກຂາດ ແລະຫຼຸດເລືອໜີໄປໄດ້. ຂະນະທີ່ເລືອໜີຕາຍນັ້ນ ຍັງຖືກຝູງຊົນ ນໍາແທງແລະທຸບຕີ ພ້ອມທັງຖືກຕັດຫາງຂາດໄປໜງກ່າວເລືອໜີຕາຍ ຫຼົງທາງວົນວຽນ ອ້ອມພູແທ່ງຄໍາໜຶ່ງຮອບ ຈາກນັ້ນຈຶ່ງເລືອຕໍ່ໄປ ທາງນ້ໍາກະດິງພຸ້ນ.

ຍ້ອນນ້ໍາເຫື່ອໄຄຄ້າວ ແລະເລືອດຂອງເງືອກທີ່ຊະທົ່ວບໍລິເວນນັ້ນ ພື້ນທີ່ດັ່ງກ່າວຈຶ່ງບໍ່ສາມາດປູກຝັງພືດພັນໄດ້ອີກຕໍ່ໄປ. ປັດຈຸບັນແມ່ນແຕ່ຕົ້ນໄມ້ ຊະນິດມີຮາກຢັ່ງລົງຮອດ 20 ຊັງຕີແມັດ ຍັງບໍ່ສາມາດເກີດຂື້ນໄດ້.
ສວ່ນເງືອກຕົວແມ່ ທີ່ໝົ້ນລົງໄປຕາຍຢູ່ກ້ອງພູຜາດ່າງນັ້ນ ເລືອດໄດ້ໄຫຼຊືມຂື້ນມາເທິງໜ້າດີນ ພາໃຫ້ບໍລິເວນເປີ້ນພູຜາດ່າງ ຂ້າງຕາເວັນຕົກສ່ຽງໃຕ້ກາຍເປັນສີແດງ. ສ່ວນຫີນຢູ່ເທິງຈອມພູ ໄດ້ແຕກແຫງ ແລະກາຍເປັນເສັ້ນແຊກສີຂາວສັບສົນ ໄປມານັ້ນ ເກີດຈາກແຮງດັນ ຕອນດີ້ນຕາຍອັນພາເຮັດໃຫ້ຫີນແຕກແຫງ ແລະເລືອດຂາວ ຊື່ມເຂົ້າຕາມຮອຍແຕກເຫົ່ຼານັ້ນ. ສັນພູ ແລະຫີນເບື້ອງຕາເວັນຕົກສ່ຽງໃຕ້ ຂອງພູຜາດ່າງ ກາຍເປັນຫີນສົ້ມ ດັ່ງນັ້ນສັນພູແຖບດັ່ງກ່າວ ຈຶ່ງເອີ້ນວ່າ ພູຫີນສົ້ມ. ສວ່ນໂງ່ນຫີນຢູ່ນາເງືອກທີ່ລຽນ ກັນຄ້າຍຄືຂັ້ນນາ ຊຶ່ງຢູ່ກົງກັນຂ້າມກັບຕົ້ນຄໍ້ນັ້ນ ເຊື່ອກັນວ່າ ເປັນໂງ່ນຫີນທີ່ຖືກຂົນມາແຕ່ບອ່ນອື່ນ ເພື່ອຈັດເປັນສະຖານທີ່ ບວງສວງ ຍິງສາວພົມມະຈາລີ ແລະຕໍ່ມາກໍກາຍເປັນບອ່ນຊຸມນຸມ ເພື່ອທໍາພິທີຂ້າເງືອກ.

ຜູ້ເລົ່ານິທານເລື້ອງນີ້ຍັງໄດ້ ຕໍ່ເຕີມໄປອີກວ່າ ເງືອກຕົວຜູ້ທີ່ຖືກຕັດຫາງຂາດ ແລະຝູງຄົນໄລ່ຕິດ ຕາມໄປບໍ່ທັນຈື່ງໄດ້ປອ່ຍໃຫ້ມັນໜີໄປ ເພາະຄິດວ່າເມື່ອຫາງຂາດ ກໍຈະບໍ່ມີລິດເດດອີກຕໍ່ໄປ. ສວ່ນຫາງເງືອກທີ່ຖືກຕັດຂາດ ຂະນະທີ່ເລືອໜີຕາຍ ໄປນັ້ນ ປະຊາຊົນໄດ້ນໍາເອົາມາຄົວກີນເປັນອາຫານ ເພາະເຊື່ອກັນວ່າ ກີນຊີ້ນເງືອກຈ ະເຮັດໃຫ້ພວກເຂົາເຈົ້າມີພະລັງ ເໜືອກວ່າເງືອກ ແລ້ວມັນຈະບໍ່ກັບມາຮາວີ ພວກຕົນໄດ້ອີກ. ການປຸງແຕ່ງອາຫານ ຊາວບ້ານໄດ້ຈັດແບ່ງກັນເປັນກຸ່ມ ໂດຍກຸ່ມໜຶ່ງໄປຊອກຕັດຂຽງ ແລະຫີນມາເຮັດຄຽງເພື່ອຄ້າງໝໍ້ແກງ ສະນັ້ນ ຫ້ວຍຄຽງທີ່ໄຫຼຜ່ານ ບ້ານບຸ່ງ ເມືອງວິລະບູລີ ໃນປັດຈຸບັນ ຈື່ງໄດ້ຊື່ເອີ້ນກັນແຕ່ນັ້ນມາ, ອີກກຸ່ມໄດ້ໄປຕັກເອົານ້ໍາຫ້ວຍ ມາຕົ້ມແກງ ຫວ້ຍດັ່ງກ່າວຈື່ງໄດ້ຊື່ວ່າ ຫວ້ຍແກງ.

ສ່ວນບ້ານນ້ໍາເລິກ (ເປັນບ້ານຮ້າງໄປແລ້ວ) ໄດ້ຊື່ນີ້ກໍເພາະຕອນຝູງຄົນ ໄລ່ຕິດຕາມເງືອກທີ່ລອຍຂ້າມວັງນ້ໍາ ແຕ່ຝູງຄົນເຫຼົ່ານັ້ນບໍ່ສາມາດ ຂ້າມນ້ໍາໄດ້ ຈຶ່ງໂງໄປຊອກຫາບອ່ນຕື້ນ ອັນເປັນເຫດໃຫ້ເງືອກໜີລອດຕາຍໄປໄດ້.

(ຕິດຕາມຕໍ່ໄປ)

ຄວາມເຫັນ

ອະຣຸນີ 20/06/2009 / ຕອບກັບ

ຫາກໍ່ເຄີຍໄດ້ຍິນ ຄັກ ຄັກ ຄັກ

ໃຫ້ຄວາມເຫັນ

ຍັງບໍ່ທັນເປັນສະມາຊິກ?

ສະມັກສະມາຊິກ


ຮຽງຕາມ

ບົດຂຽນພິເສດ

ຕໍານານ ປັດຈຸບັນ ອານາຄົດ

ບົດຂຽນ ບົດວິໄຈ ໄຂປິດສະໜາ ເລື່ອງເລົ່າຂານ ຕໍານານ ວິທະຍາສາດ ວິທະຍາການ.

ພາສົມພາສາ

ພາສາທີ່ນໍາໃຊ້ຖືກຕ້ອງກໍເປັນພາສົມພາສາ ຄັນໃຊ້ບໍ່ຖືກຕ້ອງກໍກາຍເປັນພາສາພາເສຽ

ທັມມະ ພຸດທະສາສນາ

ຄວາມຄິດທີ່ໄຮ້ເຂດແດນ ຍ່ອມນໍາມາເຊິ່ງຄວາມຮູ້ແຈ້ງແຫ່ງສັບພະສິ່ງ.

ນັກບິນ ກະວີ ນັກຂຽນ ລາວອະເມຣິກັນ

ຊີວິດແລະຜົນງານ: ບົດກະວີ, ນິຍາຍ, ເລື່ອງສັ້ນ ຜົນງານທີ່ຖືກແປແລ້ວ, ບົດກະວີສາກົນເປັນລາວ ແລະ ປະສົບການທາງວັນນະກັມ.

Editor choices

ຖ້າທ່ານຜູ້ໃດຢາກໄປຢ້ຽມຢາມ ເມືອງວິລະບູລີ ເມື່ອໄກ້ຈະຮອດເມືອງເຊໂປນຍັງອີກປະມານ 3 ກິໂລແມັດ ຢ່າລືມແວ່ເຂົ້າບ້ານນາບໍ່ ໄປທາງທິດເໜືອຕາມເສັ້ນທາງ 28A ປະມານ 47 ກິໂລແມັດ ກໍຈະຮອດເມືອງວິລະບູລີ

ອ່ານຕໍ່

ດວງອາທິດລອຍເດັ່ນ ເຄີຍເປັ່ງແສງ ເຖິງຍາມແລງກໍລອຍລັບ ລາຂອບຟ້າ ສະເໝືອນດັ່ງທຸກຊີວິດ ເຄີຍເຈີດຈ້າ ສະຫລາຍດັບສູນສິ້ນ ຕາມການເວລາ. ເຫລືອພຽງຄຸນຄວາມດີ ທີ່ເຄີຍສ້າງ

ອ່ານຕໍ່

ທິດງ້າວພາລູກຊາຍ ອາຍຸສາມປີເຂົ້າໄປທ່ອງທ່ຽວໃນເມືອງ ທິດງ້າວ ເໝົາລົດຕັກຊີ ພາທ່ອງໄປທຸກແຫ່ງຫົນ ຈົນຄໍ່າມືດຈືດຕາ ລູກຊາຍໄວກໍາລັງຮຽນຮູ້ ຖາມພໍ່ທຸກຢ່າງທີ່ເຫັນ

ອ່ານຕໍ່

ນັກຂຽນທີ່ຍັງມີຜົນງານ