• Bailane: ສຳຫລັບ ຜຸ້ຂຽນແລະຜຸ້ອ່ານ

ສົມເດັດເຈົ້າມະຫາອຸປະຣາດ ເພັດຊະຣາດ ຣັດຕະນະວົງສາ

Picture@Bailane.com

ເຈົ້າເພັດຊະຣາຊ ປະສູດທີ່ ຣາຊວັງວັງຫນ້າ ໃນວັນອາທິດ ເດືອນຍີ່ ແຮມ 9 ຄໍ່າ ປີສະຫລູ ຈສ 1251 ເວລາ 11:55 ໂມງ ກົງກັບວັນທີ່ 19 ມັງກອນ ຄສ 1890 ເປັນໂອຣົສ ອົງທີ່ 3 ຂອງເຈົ້າມະຫາອຸປະຣາຊບຸນຄົງ ເຊິ່ງສຶບຕະກຸນມາຈາກເຈົ້າມະຫາອຸປະຣາຊອຸ່ນແກ້ວ ເຊິ່ງເປັນຕົ້ນຕະກຸນເດີມ ເມື່ອໄດ້ອາຍຸ 7 ປີ ກວ່າ ຈຶ່ງໄດ້ເລິ່ມຮຽນໜັງສືລາວ ແລະສະຫຍາມ ແລະພາສາຝຣັ່ງເສດ ພ້ອມກັບຕິດຕາມພຣະບິດາໄປຢ້ຽມຍາມແລະກວດກາ ຫົວເມືອງຕ່າງໆສະເຫມີ ເມື່ອປີ ຄສ 1899 ໄດ້ບວດເປັນສໍາມະເນນ(ຈົວ) ທີ່ວັດທາດຫລວງ ຮໍ່າຮຽນພາສາບາລີ , ຕົກມາຮອດປີ ຄສ 1904 ຈຶ່ງໄດ້ສະເດັດໄປຮຽນຕໍ່ທີ່ປະເທດຝຣັ່ງເສດ ທີ່ໂຮງຮຽນໂກໂລນີຍາລ ( Colonial ) ເຊິ່ງເປັນໂຮງຮຽນທີ່ຝຣັ່ງເສດຕັ້ງຂຶ້ນມາຜູ້ທີ່ຈະໄປເປັນຂ້າຣາຊການປົກຄອງໃນປະເທດຫົວເມືອງຂຶ້ນຕ່າງໆ ເຊິ່ງຕໍ່ມາເຂົ້າໂຮງຮຽນ ມັດທະຍົມມົງເຕເຍີ ພະແນກວິທະຍາສາດ ແລະພາສາອັງກິດ ເພື່ອຝຶກພາສາອັງກິດ ໃນລະຫວ່າງປິດພາກຮຽນ ໄດ້ຂ້າມຝັ່ງໄປເກາະອັງກິດ ໄປອາໄສຢູ່ກັບ ມິສເຕີເລນົນ ອາຈານສອນດາຣາສາດ ຈຶ່ງຮຽນໃຫ້ເກີດຄວາມສົນໃຈວິຊາດາຣາສາດ ແລະໂຫຣາສາດ ຕັ້ງແຕ່ນັ້ນມາ ແລະຕໍ່ມາເພິ່ນໄດ້ແຕ່ງຫລັກຄິດຄໍານວນປະຕິທິນລາວໄວ້ດ້ວຍ ເພິ່ນໄດ້ສຶກສາຕໍ່ໃນໂຮງຮຽນມັດທະຍົມເຊັນຫລຸຍເຖິງ ປີ ຄສ 1910 ຈຶ່ງສະເດັດກັບມາເມືອງລາວແລະໄດ້ຜະນວດ ເປັນພຣະພິກຂຸ ທີ່ວັດຫນອງສະແກ້ວ ຝັ່ງຊຽງແມ່ນ ຫລວງພຣະບາງ ຕາມປະເພນີ ເມື່ອລາຜະນວດແລ້ວ ຈຶ່ງເຂົ້າຮັບຣາຊການເປັນຜູ້ຮ່າງຫນັງສືຢູ່ຫນ່ວຍງານກອງຄັງຫລວງພຣະບາງ
ເຈົ້າເພັດຊະຣາຊ ອະພິເສດສົມຣົສ ກັບເຈົ້າຍິງຄໍາແວ່ນ (ເຈົ້າຍິງຄໍາແວ່ນເປັນພິ່ເອື້ອຍຂອງເຈົ້າມະຫາຊີວິດສີສະຫວ່າງວົງ ເຊິ່ງເປັນຫມ້າຍແລະອາຍຸຫລາຍກວ່າ) ແລະມີໂອຣົສແລະພຣະທິດາ 3 ອົງ ຄື: ເຈົ້າຍິງຄໍາຜິວ , ເຈົ້າຍິງຄໍາຈັນ (ສາມີເປັນຄົນຝຣັ່ງເສດ) ແລະເຈົ້າຊາຍສຸຣິຍະຣາຊ
ໃນຂະນະຮັບຕໍາແຫນ່ງຜູ້ກວດກາຣາຊການຫົວເມືອງລາວທີ່ວຽງຈັນ ໄດ້ອະນຸຊາຍາ ຊື່ນາງສີ (ຄົນວຽງຈັນ) ໄດ້ບຸດທິດາ 2 ຄົນ ໄດ້ແກ່ ເຈົ້າຍິງອະຣຸນາ(ເຈົ້ານາ) ແລະເຈົ້າຊາຍອຸ່ນແກ້ວ (ເຈົ້າແກ້ວ) ພາຍຫລັງເມື່ອເຈົ້າເພັດຊະຣາຊສະຫວັນນະຄົດແລ້ວ ທັງສອງທ່ານນີ້ໄດ້ຕາມຫມ່ອມອະພິນພອນ ຣັດຕະນະວົງສາ ໄປຢູ່ເມືອງໄທ ເຈົ້ານາຮຽນພະຍາບານ ແລະເຈົ້າແກ້ວຮັບຣາຊການເປັນທະຫານ
ເມື່ອປີ ຄສ 1946 ຊົງລີ້ໄພການເມືອງຈາກຝຣັ່ງເສດ ໄປຢູ່ເມືອງໄທ ພ້ອມຣັຖບານລາວອິດສະຫລະ ແລະປະຊາຊົນລາວຜູ້ຮັກອິດສະຫລະພາບຫລາຍພັນຄົນ ເປັນເວລາ 11 ປີ ຂະນະທີ່ລີ້ໄພໃນເມືອງໄທ ມີຄຸນອະພິນພອນ ຍົງໃຈຍຸດ ເປັນແມ່ເຮືອນ ຕໍ່ມາໄດ້ສົມຣົສກັບຄຸນອະພິນພອນ ຮັດຕະນະວົງສາ ( ນາມສະກຸນ ຮັດຕະນະວົງສາ ນີ້ເພິ່ນຕັ້ງຂຶ້ນເອງເມື່ອຢູ່ເມືອງໄທ ສຶບເນື່ອງຈາກພຣະມະຫາອຸປະຣາຊອຸ່ນແກ້ວພຣະບິດາ) ຫມ່ອມອະພິນພອນ ເປັນກໍາລັງສໍາຄັນ ຂອງການປະຕິວັດການກູ້ຊາດ ຜູ້ເຮັດຫນ້າທີ່ເປັນແມ່ເຮືອນປົກຄອງດູແລຜູ້ຄົນຈໍານວນຫລາຍ ເປັນເຈົ້າຫນ້າທີ່ ທີ່ປະສານງານກັບຣັຖບານໄທ ບໍລິຫານຈັດການເງິນ ຈັດຫາຄ່າໃຊ້ຈ່າຍ ເປັນເລຂານຸການສ່ວນພຣະອົງ ປະຕິບັດຫນ້າທີ່ຜູ້ແທນພຣະອົງເຈົ້າເພັດຊະຣາຊ ເຈຣະຈາການເມືອງ ແລະເລື່ອງສ່ວນພຣະອົງ ທັງໃນແລະນອກປະເທດໄທ ໄປພະນົມເປັນ ໄປຍ່າງກຸ້ງ ເພື່ອທໍາຄວາມເຂົ້າໃຈຮ່ວມລະຫວ່າງ ລາວ ຂະເໝັນ ຫວຽດນາມ ແລະພະມ້າທີ່ຕ່າງມຸ້ງຫມາຍຢາກປົດແອກຄອບຄອງອິດທິພົນຂອງຄົນຜິວເຫລືອງ ດ້ວຍກັນ.
ຄສ 1947 ຣັຖບານຝຣັ່ງເສດ ຍິນຍອມໃຫ້ປະເທດລາວເປັນເອກຣາຊ ໃນເຄືອສະຫະພັນຝຣັ່ງເສດ ເຈົ້າເພັດຊະຣາຊ ຊົງບໍ່ເຫັນດ້ວຍເພາະເຫັນວ່າ ເອກະຣາຊນັ້ນ ບໍ່ສົມບູນ ຈຶ່ງຊົງວາງມືທາງການເມືອງບໍ່ເຂົ້າກັບຝ່າຍໃດ ເພາະເຈົ້າສຸວັນນະພູມາ ພຣະອະນຸຊາອົງທີ່ 1 ເຂົ້າກັບຝຣັ່ງເສດ , ເຈົ້າສຸພານຸວົງ ອະນຸຊາ ອົງທີ່ 2 ເລືອກທາງສັງຄົມນິຍົມ , ຣັຖບານໄທ ໂດຍ ທ່ານຈອມພົນ ປ.ພິບູນສົງຄາມ ນາຍົກຣັຖມົນຕີຼ ຮັບຮອງຮັຖບານລາວຕາມນະໂຍບາຍການເມືອງທີ່ຈໍາເປັນ.
ຂະນະທີ່ປະທັບໃນເມືອງໄທ ນັບແຕ່ວາງມືຈາກການເມືອງ ແລະຫາຍຈາກໂຣຄກະເພາະອາຫານ ທີ່ຕ້ອງຮັບການຜ່າຕັດ ຈຶ່ງຫັນຫນ້າເຂົ້າປ່າລ່າສັດກັບບັນດາເຈົ້ານາຍໄທ ແລະຂ້າຣາຊການໄທ ຜູ້ທີ່ມັກກິລາລ່າສັດຄືກັນຈົນເປັນທີ່ເຄົາຣົບຮັກກັນເລີຍ.
ປີ ຄສ.1956 ສະເດັດເຈົ້າສຸວັນນະພູມມາ ໄດ້ທູນເຊີນເຈົ້າເພັດຊະຣາຊ ສະເດັຈກັບສູ່ເມືອງລາວເພື່ອແກ້ໄຂບັນຫາຫຍຸ້ງຍາກໃນປະເທດລາວ ແລະຊົງສະເດັຈກັບເມືອງລາວ ໃນວັນທີ 22 ມີນາ 1957 ໂດຍທາງຣົຖໄຟຈາກບາງກອກ ເຖິງຫນອງຄາຍ ມີປະຊາຊົນລາວໄປຕ້ອນຮັບຢ່າງຫລວງຫລາຍ ເມື່ອສະເດັຈກັບສູ່ເມືອງລາວອີກຄັ້ງ ເປັນຄວາມປິຕີແລະດີຈຂອງປະຊາຊົນລາວທີ່ມີຄວາມຫວັງໃຫມ່ທີ່ຊາດລາວຈະໄດ້ສະຫງົບຮົ່ມເຢັນ ແລະຈະເຣິນຮຸ່ງເຮືອງ ໂດຍບໍ່ເປັນຂ້ອຍຂ້າການຄອບຄອງຂອງຊາດອື່ນ ເພິ່ນກາຍເປັນເທບພຣະເຈົ້າຂອງຄົນລາວ ແຕ່ກໍ່ເປັນສາເຫດໃຫ້ເກີດຄວາມບໍ່ພໍໃຈ ລວມທັງອຸປະສັກກິດຂວາງຕ່າງໆ ທີ່ເຮັດໃຫ້ພຣະອົງວິຕົກກັງວົນເຖິງຄວາມລົ້ມເຫລວ ໃນການລວມຕົວກັນສ້າງຊາດໃຫມ່ ແລະຊົງຮັບຮູ້ເຖິງອັນຕະລາຍບາງປະການ ຕອນເຊົ້າຂອງວັນທີ່ 14/10/1959 ເຈົ້າເພັດຊະຣາຊກໍ່ສະຫວັນນະຄົດ ທີ່ວັງຊຽງແກ້ວ ລວມອາຍຸໄດ້ 69 ປີ ( 19/01/1890 - 14/10/1959 = 69 ປີ ) ມື້ນີ້ແມ່ນມື້ສະຫວັນນະຄົດຂອງພຣະອົງເຈົ້າເພັຊຣາຊ ເປັນເປັນວິຣະບູຣຸດເຫລັກແຫ່ງເມືອງລາວ ນັບແຕ່ນັ້້ນເປັນຕົ້ນມາຮອດປະຈຸບັນ ຊື່ສຽງຂອງພຣະອົງທ່ານກໍ່ເປັນທີ່ເຄົາຣົບຮັກຂອງຄົນລາວຈົນຮອດປະຈຸບັນນີ້ ມື້ນີເປັນວັນຄົບຮອບວັນສະຫວັນນະຄົດ ຂອງພຣະອົງຄົບຮອບ 56 ປີ ພວກເຮົາຂໍລະນຶກໃນບຸນຄຸນອັນໃຫຍ່ຫລວງທີ່ເພິ່ນໄດ້ເຮັດໄດ້ສ້າງໃຫ້ກັບປະເທດຊາດແລະຄົນລາວຄຸນງາມຄວາມດີທີ່ເພິ່ນສ້າງໄວ້ ຂໍໃຫ້ສະເດັຈເຈົ້າຈົ່ງໄປສູ່ສະຫວັນຊັ້ນຟ້າ ແລະປົກປກັຮັກສາຄຸ້ມຄອງພວກລູກຫລານເຫລັນຫລອນລາວ ຕະຫລອດໄປເດີ ສາທຸ ສາທຸ ສາທຸ

ຄວາມເຫັນ

ສາມກ້ອນເສົ້າ 11/06/2016 / ຕອບກັບ

ເຖີງ: Demo

ຂອບໃຈຫລາຍໆ ທີ່ທ່ານສລະເວລາ ນໍາເອົາຂໍ້ມູລດີໆ ມາລົງໃນທີ່ນີ້.

ຜຂ ມີຄວາມສົງສັຍເຣື່ອງຮູປນີ້. ອາດີຕສະມາຊິກ ຄນະມຸນຕຣີ ປະສົມກາຣເມືອງ ຣາຊອານາຈັກຣ໌ລາວ ທ່ານໜຶ່ງ ໄດ້ເວົ້າເຣື່ອງຮຼປໃບນີ້ ກັບຄອບຄົວ ຣາຊວົງສ໌ ທີ່ຕ່າງປະເຫສ. ພວກເພິ່ນບອກວ່າ ບໍ່ແມ່ນ ຮູປສົມເດັຈເຈົ້າເພັຊຣາຊ.

Demo 11/06/2016 / ຕອບກັບ

ເຖີງ: ສາມກ້ອນເສົ້າ



ໂອ... ແມ່ນບໍ! ອັນນີ້ຂ້າພະເຈົ້າຫາກໍ່ສັງເກດ. ຜ່ານມາກໍ່ເຄີຍຄິດວ່າແມ່ນຮູບຂອງເພິ່ນຕະຫລອດ. ອັນທີ່ຈິງຂ້າພະເຈົ້າມີຮູບເພິ່ນສະສົມຢູ່ໃນຄອມຫລາຍຮູບຫລາຍທ່າພໍສົມຄວນ ຢາກເອົາລົງມາໂພສໃນທີ່ນີ້ໃຫ້ຫລາຍໆຄົນອອກຄໍາເຫັນຊ່ວຍກັນວ່າ ອັນໃດແມ່ນຮູບເພິ່ນແທ້ ອັນໃດບໍ່ແມ່ນ ແຕ່ຢູ່ບ່ອນຕອບຄໍາເຫັນນີ້ພັດໂພສຮູບບໍ່ໄດ້ຊໍ້າ. ຈັ່ງໃດກະຂອບໃຈທີ່ໃຫ້ຂໍ້ມູນດີໆເປັນຄວາມຮູ້ເພື່ອສຶກສານໍາກັນຕໍ່ໄປ.



ຮັກແພງ, Demo

ສາມກ້ອນເສົ້າ 12/06/2016 / ຕອບກັບ

ເຖີງ: Demo



ສິ່ງໜຶ່ງທີ່ຄວນເປັນຕາສົງສັຍ ແມ່ນສີດໍາໃນຮູປ. ເສື້ອເພິ່ນດໍາປຶກ ແຕ່ຂົນຄຶ້ວ ຂົນຕາ ຫນວດ ແລະຜົມ ຊໍ່າພັດເປັນສີກາເວ ຫລືວ່າສີນໍ້າຕາລໄຫມ້
ຮູປທີ່ທ່ານເຄີຍເອົາມາລົງ:

http://www.bailane.com/Blog/ViewBlog.aspx?sid=101&hid=26075

ສາມກ້ອນເສົ້າ 16/06/2016 / ຕອບກັບ

ສົມທຽບຮູປ:

http://www.bailane.com/Blog/ViewBlog.aspx?sid=101&hid=45386

ໃຫ້ຄວາມເຫັນ

ຍັງບໍ່ທັນເປັນສະມາຊິກ?

ສະມັກສະມາຊິກ


ຮຽງຕາມ

ບົດຂຽນພິເສດ

ຕໍານານ ປັດຈຸບັນ ອານາຄົດ

ບົດຂຽນ ບົດວິໄຈ ໄຂປິດສະໜາ ເລື່ອງເລົ່າຂານ ຕໍານານ ວິທະຍາສາດ ວິທະຍາການ.

ພາສົມພາສາ

ພາສາທີ່ນໍາໃຊ້ຖືກຕ້ອງກໍເປັນພາສົມພາສາ ຄັນໃຊ້ບໍ່ຖືກຕ້ອງກໍກາຍເປັນພາສາພາເສຽ

ທັມມະ ພຸດທະສາສນາ

ຄວາມຄິດທີ່ໄຮ້ເຂດແດນ ຍ່ອມນໍາມາເຊິ່ງຄວາມຮູ້ແຈ້ງແຫ່ງສັບພະສິ່ງ.

ນັກບິນ ກະວີ ນັກຂຽນ ລາວອະເມຣິກັນ

ຊີວິດແລະຜົນງານ: ບົດກະວີ, ນິຍາຍ, ເລື່ອງສັ້ນ ຜົນງານທີ່ຖືກແປແລ້ວ, ບົດກະວີສາກົນເປັນລາວ ແລະ ປະສົບການທາງວັນນະກັມ.

Editor choices

ຖ້າທ່ານຜູ້ໃດຢາກໄປຢ້ຽມຢາມ ເມືອງວິລະບູລີ ເມື່ອໄກ້ຈະຮອດເມືອງເຊໂປນຍັງອີກປະມານ 3 ກິໂລແມັດ ຢ່າລືມແວ່ເຂົ້າບ້ານນາບໍ່ ໄປທາງທິດເໜືອຕາມເສັ້ນທາງ 28A ປະມານ 47 ກິໂລແມັດ ກໍຈະຮອດເມືອງວິລະບູລີ

ອ່ານຕໍ່

ດວງອາທິດລອຍເດັ່ນ ເຄີຍເປັ່ງແສງ ເຖິງຍາມແລງກໍລອຍລັບ ລາຂອບຟ້າ ສະເໝືອນດັ່ງທຸກຊີວິດ ເຄີຍເຈີດຈ້າ ສະຫລາຍດັບສູນສິ້ນ ຕາມການເວລາ. ເຫລືອພຽງຄຸນຄວາມດີ ທີ່ເຄີຍສ້າງ

ອ່ານຕໍ່

ທິດງ້າວພາລູກຊາຍ ອາຍຸສາມປີເຂົ້າໄປທ່ອງທ່ຽວໃນເມືອງ ທິດງ້າວ ເໝົາລົດຕັກຊີ ພາທ່ອງໄປທຸກແຫ່ງຫົນ ຈົນຄໍ່າມືດຈືດຕາ ລູກຊາຍໄວກໍາລັງຮຽນຮູ້ ຖາມພໍ່ທຸກຢ່າງທີ່ເຫັນ

ອ່ານຕໍ່

ນັກຂຽນທີ່ຍັງມີຜົນງານ