• Bailane: ສຳຫລັບ ຜຸ້ຂຽນແລະຜຸ້ອ່ານ

ເຈົ້າອຸປະຣາຊ ບຸນຄົງ

Picture@Bailane.com
ເຈົ້າອຸປະຣາຊ ບຸນຄົງ ປະສູດໃນວັນອາທິດ ຂຶ້ນ 4 ຄໍ່າ, ເດືອນ 7, ປີໃສ້ , ຈ.ສ 1219 ( ພ.ສ 2400 ຫລື ຄ.ສ 1857 ) ທີ່ວັງຂອງພຣະບິດາ
ສີສຸວັນນະຫໍຄໍາ ຝ່າຍໜ້າ ( ບ່ອນຕັ້ງໂຮງຮຽນປະຖົມດຽວນີ້ ແຕ່ກ່ອນເອິ້ນວ່າຄຸ້ມວັດໜອງ ) ນະຄອນຫລວງພຣະບາງຣາຊທານີ ໃນແຜ່ນດິນຂອງ
ສົມເດັຈພຣະເຈົ້າຈັນທຣ໌ເທພ ປຣະພາຄູນ.
ເມື່ອພຣະອົງຍັງເປັນພຣະກຸມມານຢູ່ນັ້ນ ໄດ້ຮໍ່າຮຽນອັກຂຣະ ຢູ່ໃນວັງພຣະບິດາ ແລະຄູອາຈານອື່ນໆອີກ, ແຕ່ການຮໍ່າຮຽນໃນສະໄໝນັ້ນ ຍັງສອນແຕ່ພຽງໃຫ້ອ່ານໜັງສືອອກ ກັບຂຽນໜັງສືໄດ້ ພຣະອົງໄດ້ຮໍ່າຮຽນພຽງເທົ່ານັ້ນ ບໍ່ໄດ້ໄປຮັບການສຶກສາຕ່າງປະເທດ ເມື່ອຄັ້ງສະເດັຈລົງໄປທີ່ບາງກອກຄັ້ງໃດແລ້ວ ກໍ່ຊົງໄປຫລິ້ນແລະສະນິດສະໝົມກັບພຣະເຈົ້ານ້ອງຍາເທີ ພຣະອົງເຈົ້າດີສວນກຸມານ ( ກຣົມພຣະຍາດໍາຣົງຣາຊານຸພາບ ) ເຊິ່ງເພິ່ນເປັນຜູ້ບັງຄັບກົມທະຫານ ມະຫາດເລັກແລະກຣົມແຜນທີ່ ໃນເວລານັ້ນ ເມື່ອວິເຄາະເບິ່ງແລ້ວ ເລື່ອງປະຫວັດຂອງພຣະອົງ ທີ່ປະກົດຄວາມສາມາດ ໃນຣາຊການອື່ນໆພາຍຫລັງ.
ເມື່ອປີເປົ້າ ຈ.ສ 1239 ( ພ.ສ 2420, ຄ.ສ 1877) ເດືອນ 6 ເພັງສະເດັຈອອກຊົງຜະນວດ ເປັນພິກຂຸຢູ່ວັດໜອງ ເດືອນ 3 ແຮມ 1 ຄໍ່າ ປີຍີ່ ຈ.ສ 1240 ( ພ.ສ 2421, ຄ.ສ 1878) ຊົງສະເດັຈລາຜະນວດ.
ຕົກມາຮອດ ເວລາ 18:15 ໂມງ , ກົງກັບວັນຈັນ ຂຶ້ນ 10 ຄໍ່າ ເດືອນ 9 ປີ ຣັບເຣົ້າ ປີສັນ ຈ.ສ 1245 ຫລື ວັນທີ່ 26 ເດືອນກໍລະກົດ ປີ ຄ.ສ 1920 ເຈົ້າມະຫາອຸປະຣາຊ ບຸນຄົງ ກໍ່ສະເດັຈ ທິວົງຄົຕ ເຊິ່ງມີພຣະຊົນມາຍຸ ໄດ້ 63 ປີ .

ເຈົ້າມະຫາອຸປະຣາຊ ບຸນຄົງ ມີ ພຣະຊາຍະ ແລະໝ່ອມ 11 ຄົນ , ແລະມີພຣະຣາຊໂອຣົສ 11 ອົງ ແລະຣາຊທິດາ 13 ອົງ ດັ່ງຕໍ່ໄປນີ້ :
1. ເຈົ້າຄໍາຄິ້ມ ອັຄຄະຊາຍາ ບ້ານປ່າຂາມ ມີບຸຕຊາຍດຽວ ຊື່ : ເຈົ້າສະມຸດສາຍຄໍາ.
2. ເຈົ້າທອງສີ ນ້ອງສາວເຈົ້າຄໍາຄິ່ມ ອັຄຄະວໍຣາຊເທວີ ມີບຸຕຊາຍຊື່ ເຈົ້າຈິຕຕະຣາຊ, ເຈົ້າເພັຊຣາຊ, ເຈົ້າສຸວັນນະພາລົມ, ເຈົ້າສຸວັນນະພູມມາ ບຸຕຍິງ ຊື່ເຈົ້າສະຫງ່າຄໍາ, ເຈົ້າສະຫງ່າມຄໍາ ແລະ ເຈົ້າຄໍາຫລ້າ.
3. ເຈົ້າຄໍາແວ່ນ ມີບຸຕຍິງອົງດຽວ ຊື່ເຈົ້າແສງສຸຣິຈັນທຣ໌.
4. ເຈົ້າໂສມຣັດສະໝີ ມີບຸຕຍິງຊື້ເຈົ້າວັດທະນາ, ບຸຕຊາຍຊື່ເຈົ້າຂັດຕິຍະວົງຄ໌.
5. ເຈົ້າຈັນທະຣາສີ ບໍ່ມີບຸຕດ້ວຍກັນເລີຍ.
6. ເຈົ້າທອງດີ ບ້ານສັງຄະໂລກ ມີບຸຕຍິງອົງດຽວຊື່ເຈົ້າພິສະໄຫມ.
7. ເຈົ້າຄໍາປູບ້ານໃຫມ່ ມີບຸຕຍິງອົງດຽວ ຊື່ເຈົ້າສຸນັນທາໄລຍ໌.
8. ເຈົ້າຄໍາປານ ບ້ານວັດສົບ ມີບຸຕຍິງອົງດຽວ ຊື່ເຈົ້າຄໍາຊາວ.
9. ໝ່ອມບົວໄຂ ບ້ານໂພນໄຊຍ໌ ມີບຸຕຍິງຊື່ເຈົ້າສຸວັນນະມາຣີ , ເຈົ້າອິນຄໍາ ແລະບຸຕຊາຍຊື່ເຈົ້າສຸວັນນະຣາຊ.
10. ໝ່ອມບ້ານວັດທາຕຸ ມີບຸຕຍິງຊື່ເຈົ້າສີສະຫວັດດີ, ບຸຕຊາຍຊື່ເຈົ້າຂັຕຕີຍະຣາຊ , ເຈົ້າກິນດາວົງສ໌ ແລະເຈົ້າສິງຫານາກ.
11. ໝ່ອມຄໍາອ້ວນບ້ານຫົວໂພນ ມີບຸຕຍິງຊື່ເຈົ້າທະວີວັນນ໌ , ເຈົ້າຈີນດາຣັດສະໝີ ແລະມີບຸຕຊາຍຊື່ ເຈົ້າສຸພານຸວົງ.

• ຜົນງານຂອງເຈົ້າມະຫາອຸປະຣາຊບຸນຄົງທີ່ມີຕໍ່ຜືນແຜ່ນດິນລາວເຮົາຈົນໄດ້ໃຫ້ລູກຫລານດໍາລົງຊິວິດຢ່າງຜາສຸກໃນທຸກມື້ນີ້ກໍ່ຄື
ເຫດການຕອນສະໄຫມຝຣັ່ງເສດເຂົ້າມາຍຶດລາວຈາກສະຫຍາມໃຫມ່ໆນັ້ນໄດ້ມີ :
ການຈັດຕັ້ງປະຕິບັດສັນຍາ ສະຫຍາມຕ້ອງຖອນກອງທະຫານຂອງຕົນອອກຈາກຝັ່ງຊ້າຍແມ່ນໍ້າຂອງ ໃຫ້ແລ້ວເສັດພາຍໃນປີ 1893
ແລະບໍ່ໃຫ້ຕັ້ງກອງທະຫານຢູ່ໃກ້ແມ່ນໍ້າຂອງເຂົ້າມາກາຍ 25 ກິໂລແມັດ ດ້ວຍເຫດນີ້ສະຫຍາມຈຶ່ງຍ້າຍເມືອງຫລວງມົນທົນລາວພວນຈາກເມືອງຫນອງຄາຍ ໄປຕັ້ງຢູ່ທີ່ບ້ານໝາກແຄ້ງ (ເມືອງອຸດອນໃນປະຈຸບັນນີ້ເອງ).
ຄຽງຄູ່ກັນນັ້ນ ຝ່າຍຝຣັ່ງ ( Auguste Pavie ) ກໍ່ບອກໃຫ້ຝ່າຍລາວ ຊຶ່ງມີເຈົ້າຄໍາສຸກ ເຈົ້າແຜ່ນດິນອານາຈັກລາວຫລວງພຣະບາງ ແລະເຈົ້າອຸປະຣາຊບຸນຄົງ ຮ່ວມຟັງນໍາ ວ່າໃຫ້ຖອນທະຫານລາວອອກຈາກດິນແດນຝັ່ງຂວາແມ່ນໍ້າຂອງ ຕາມສັນຍາຝຣັ່ງເສດ-ສະຫຍາມ ປີ 1893 ເຊິ່ງສັນຍາດັ່ງກ່າວ ຝ່າຍລາວບໍ່ໄດ້ມີສ່ວນຮູ້ເຫັນນໍາເລີຍ , ເຈົ້າຄໍາສຸກ ພ້ອມດ້ວຍເຈົ້າອຸປະຣາຊບຸນຄົງໄດ້ຄັດຄ້ານຕ້ານຢັນຝຣັ່ງເສດຢ່າງຮຸນແຮງ ແລະໄດ້ເວົ້າວ່າ ຄືນເຖິງການກ້ຽວກ່ອມຂອງ ໂອກຸດຕ໌ ປາວີ ( Auguste Pavie ) ໃນເມື່ອກ່ອນທີ່ວ່າ ຈະເຂົ້າມາຊ່ວຍປົກປ້ອງຄົນລາວດິນແດນລາວ ບໍ່ໃຫ້ສະຫຍາມກືນກິນ ແຕ່ໃນພາກປະຕິບັດຕົວຈິງ ຝຣັ່ງເສດຊໍ້າເປັນຜູ້ຕັດແບ່ງຄົນລາວ ດິນແດນລາວໄປໃຫ້ສະຫຍາມ ຄໍາເວົ້າຂອງຝຣັ່ງເສດ ບໍ່ມີສັດຈະເວົ້າຢ່າງຫນຶ່ງ ເຮັດຢ່າງຫນຶ່ງຝ່າຍລາວຮັບບໍ່ໄດ້ , ພາຍໃຕ້ບັນຍາກາດ ທີ່ເຄັ່ງຮ້ອນຄືແນວນັ້ນ Auguste Pavie ກໍ່ຈົນຕາແຈ ຈຶ່ງເວົ້າອອກໄປດ້ວອາລົມວ່າ” ຖ້າທ່ານບໍ່ຍິນຍອມ ກໍ່ຂໍເຊີນທ່ານໄປໄລ່ສະຫຍາມໜີເອົາເອງ ຝຣັ່ງເສດຈະຍິນດີນໍາ ” ໝາຍຄວາມວ່າຝຣັ່ງເສດຫມົດຄວາມສາມາດ ທີ່ຈະໄປກອບກູ້ເອົາດິນແດນລາວຝັ່ງຂວາຂອງແມ່ນໍ້າຂອງມາລວມກັບຝັ່ງຊ້າຍແລ້ວ ຫາກຄົນລາວຢາກໄດ້ດິນແດນຝັ່ງຂວາຕ້ອງຕໍ່ສູ້ເອົາເອງ ຈາກນັ້ນເຈົ້າຄໍາສຸກ ໄດ້ສັ່ງໃຫ້ເຈົ້າອຸປະຣາຊບຸນຄົງ ຈັດຕັ້ງກອງກໍາລັງໄປຍຶດເອົາດິນແດນຝັ່ງຂວາແມ່ນໍ້າຂອງ ທີ່ເປັນເຂດແດນຂອງອານາຈັກລາວຫລວງພຣະບາງ ໂດຍດ່ວນ ດ່ັງນັ້ນ ເຈົ້າອຸປະຣາຊບຸນຄົງ ຈຶ່ງໄດ້ຈັດຕັ້ງການໂຮມຊຸມນຸມປະຊາຊົນຝັ່ງຊຽງແມນ ໃນວັນທີ່ 23 ສິງຫາ ຄໍສໍ 1894 ແລ້ວອ່ານປະກາດມະຕິຕົງລົງ 8 ຂໍ້ ເພື່ອໂຮມເອົາດິນແດນຝັ່ງຂວາແມ່ນໍ້າຂອງ ມາຂຶ້ນກັບອານາຈັກຫລວງພຣະບາງຄືແຕ່ກ່ອນ ຈາກນັ້ນເຈົ້າມະຫາອຸປະຣາຊບຸນຄົງ ໄດ້ຈັດກອງທັບເພື່ອຂັບໄລ່ສະຫຍາມອອກຈາກເມືອງປາກລາຍ, ເມືອງໄຊຍະບູລີ , ເມືອງຫົງສາ , ເຊຶ່ງຢູ່ຝັ່ງຂວາແມ່ນໍ້າຂອງ ໂດຍໃຫ້ພະຍາສຸໂພ , ພະຍາວຽງແກ , ເຈົ້າອຸ່ນແກ້ວ , ພະຍາສີນໍຣະຄຸດ , ພະຍາອາດສະໜາ ເປັນແມ່ທັບ , ກອງທະຫານໄດ້ລົງເຮືອລ່ອງໄປຮອດເມືອງປາກລາຍ ຂັບໄລ່ສະຫຍາມໜີໄປແລ້ວ ຈຶ່ງແຕ່ງໃຫ້ພະຍາເປັນເຈົ້າເມືອງປາກລາຍ , ໃຫ້ພະຍາວຽງແກ ເປັນນາຍກອງຢູ່ບ້ານຫາດແດງ ແລ້ວຍົກພົນຂຶ້ນໄປເມືອງໄຊຍະບູລີ ຕັ້ງເຈົ້າອຸ່ນແກ້ວເປັນເຈົ້າເມືອງ ແລ້ວຍົກພົນໄປເມືອງຫົງສາ ຕັ້ງພະຍາສີນໍຣະຄຸດ ເປັນເຈົ້າເມືອງ ແລ້ວໄປຍຶດເອົາເມືອງຊຽງລົມ , ເມືອງບໍ່ຊາວ ແລະເມືອງຄອບອີກ ແລ້ວຕັ້ງພະຍາອາດສະໜາເປັນນາຍກອງຢູ່ບໍ່ຊາວ ໃຫ້ເກັບຄ່າຕົວເລກແລະຄ່າໄຖ່ການຊາຍສະກັນ 4 ກີບຕໍ່ຄົນ ສໍາເລັດແລ້ວຈຶ່ງລົງເຮືອຢູ່ທີ່ເມືອງຄອບ ໄປຕາມລໍານໍ້າຂອງ ໄປຮອດຫລວງພຣະບາງ ໃນເດືອນເມສາ 1895 ເຫດການທັງຫມົດນີ້ ຝ່າຍສະຫຍາມບໍ່ມີການຕອບໂຕ້ຫຍັງ ຍ້ອນດິນແດນເຫລົ່ານີ້ ເປັນຂອງລາວມາແຕ່ບູຮານນະການ ເຫດການນີ້ເຫັນວ່າ ເຂດແດນທີ່ເຈົ້າອຸປະຣາຊບຸນຄົງຍົກກອງກໍາລັງທະຫານລາວ ໄປປະຈໍາການ ຢູ່ປ້ອງກັນເຂດແດນຂອງລາວຫລວງພຣະບາງ ທັງຝັ່ງຂວາແມ່ນໍ້າຂອງນັ້ນ ແມ່ນສອດຄ່ອງກັບຂໍ້ຕົກລົງ ລະຫວ່າງກະສັດ ຂອງສາມອານາຈັກ ຄື : ຫລວງພຣະບາງ ວຽງຈັນແລະອະຍຸດທະຍາ ເຊິ່ງໄດ້ຕົກລົງມາແຕ່ປີ ຄໍສໍ 1707 ທີ່ກໍານົດເຂດແດນ ຂອງອານາຈັກຫລວງພຣະບາງ ໃຫ້ເອົາແຕ່ຝັ່ງນໍ້າເຫືອງ ດ້ານຕາເວັນຕົກແຕ່ເມືອງດ່ານຊ້າຍ ຂຶ້ນໄປທາງເຫນືອຈົນເຖິງຜາໄດ ເຊິ່ງລວມເອົາເມືອງດ່ານຊ້າຍ ເມືອງບໍ່ແຕນ ແກ່ນທ້າວ ປາກລາຍ ໄຊຍະບູລີ ຊຽງຮ່ອນ ຫົງສາ ແລະເມືອງຄອບ ໃນປີ ຄໍສໍ 1894 ເມື່ອກອງທະຫານລາວເຂົ້າໄປປົກປ້ອງດິນແດນຝັ່ງຂວາແມ່ນໍ້າຂອງໄວ້ແລ້ວ ຝຣັ່ງເສດຈຶ່ງໄປສົມທົບນໍາ ແລະອ້າງສິດຄອບຄອງຂອງດິນແດນຝັ່ງຂວາແມ່ນໍ້າຂອງ ຕາມຄໍາຢັ້ງຢືນຂອງຝ່າຍລາວ ທີ່ວ່າດິນແດນດັ່ງກ່າວ ເປັນຂອງລາວມາກ່ອນ ອີງຕາມສະພາບການໃຫມ່ນີ້ ຝຣັ່ງເສດແລະສະຫຍາມ ຈຶ່ງເຊັນສັນຍາກັນໃຫມ່ ໃນວັນທີ່ 13 ກຸມພາ 1904 ໂດຍສະຫຍາມຍອມຍົກດິນແດນຝັ່ງຂວາແມ່ນໍ້າຂອງ ກົງກັນຂ້າມກັບຫລວງພຣະບາງ ໃຫ້ຝຣັ່ງເສດຄຸ້ມຄອງ ໂດຍຖືເອົາສາຍພູສັນປັນນໍ້າ ລະຫວ່າງນໍ້າຂອງແລະແມ່ນໍ້າເຈົ້າພະຍາເປັນແດນ ອີງຕາມສັນຍາປີ 1904 ນັ້ນ ເມືອງດ່ານຊ້າຍ ເຊິ່ງຕັ້ງຢູ່ຝາກສັນພູປັນນໍ້າໄປທາງນໍ້າເຈົ້າພະຍາ ຈຶ່ງໄດ້ຕົກໄປຢູ່ກັບສະຫຍາມ , ຝຣັ່ງເສດຈຶ່ງບໍ່ໄດ້ສົ່ງກອງທະຫານໄປປະຈໍາການຢູ່ ພະຍາແກ້ວອາສາ(ແສງ) ເຊິ່ງເປັນເຈົ້າເມືອງດ່ານຊ້າຍ ໃນເວລານັ້ນ ມີຄວາມນ້ອຍໃຈ ທີ່ບໍ່ໄດ້ມາຂຶ້ນຢູ່ກັບລາວເພາະວ່າ ດິນແດນເມືອງດ່ານຊ້າຍ ເຄີຍເປັນຂອງລາວ ມາແຕ່ໃດໆ ປະຊາຊົນພົນລະເມືອງໃນດິນແດນແຫ່ງນີ້ ກໍ່ລ້ວນແຕ່ເປັນຄົນລາວ ດ້ວຍເຫດນີ້ ພະຍາແກ້ວອາສາ ຈຶ່ງມາຕິດຕໍ່ກັບຝຣັ່ງເສດ ທີ່ບ້ານຫາດແດງ ປາກນໍ້າຕໍາ ຂໍໃຫ້ຝຣັ່ງເສດຍົກກອງທັບໄປຍຶດເອົາເມືອງດ່ານຊ້າຍລວມທັງເມືອງບໍ່ແຕນນໍາດ້ວຍ ເພື່ອເອົາມາລວມເຂົ້າກັບອານາຈັກຫລວງພຣະບາງ ຈາກນັ້ນຝຣັ່ງເສດກໍ່ໄດ້ສົ່ງກອງທະຫານ ໄປປະຈໍາການຢູ່ເມືອງດ່ານຊ້າຍແລະເມືອງບໍ່ແຕນ ໃນປີ 1904 ໂດຍສະຫຍາມບໍ່ໄດ້ຄັດຄ້ານແຕ່ຢ່າງໃດ ຝຣັ່ງເສດໄດ້ແຕ່ງຕັ້ງໃຫ້ພະຍາແກ້ວອາສາ(ແສງ)ເປັນເຈົ້າເມືອງດ່ານຊ້າຍຕາມເດີມ
ປີ ຄໍສໍ 1907 ຝຣັ່ງເສດແລະສະຫຍາມໄດ້ເຈລະຈາກັນກ່ຽວກັບການແບ່ງປັນດິນແດນກັນອີກ ສະຫຍາມຂໍເອົາເມືອງດ່ານຊ້າຍ ໄປຂຶ້ນກັບສະຫຍາມ ແລະບັນດາເກາະດອນຢູ່ທະເລບໍລິເວນແຫລມສິງ ໃຫ້ຂຶ້ນກັບສະຫຍາມ ຝ່າຍຝຣັ່ງເສດໄດ້ຂໍເອົາເມືອງຈໍາປາສັກ ເມືອງພະນົມໄພ, ເມືອງສີໂສພົນ ສຽມຣຽບ ແລະພະຕະບອງ ຈາກສະຫຍາມ ໄປລວມເຂົ້າຢູ່ໃນການປົກຄອງຂອງຝຣັ່ງເສດ ທັງສອງຝ່າຍໄດ້ຕົກລົງກັນຕາມນັ້ນ ແລ້ວໄດ້ເຊັນສັນຍານນໍາກັນ ເປັນສັນຍາຕໍ່ທ້າຍຂ

ຄວາມເຫັນ

ສາມກ້ອນເສົ້າ 11/06/2016 / ຕອບກັບ

ເຖີງ: Demo
ຂອບໃຈ ທີ່ທ່ານສລະເວລາ ເອົາຂໍ້ມູລດີໆ ມາລົງ

ໃຫ້ຄວາມເຫັນ

ຍັງບໍ່ທັນເປັນສະມາຊິກ?

ສະມັກສະມາຊິກ


ຮຽງຕາມ

ບົດຂຽນພິເສດ

ຕໍານານ ປັດຈຸບັນ ອານາຄົດ

ບົດຂຽນ ບົດວິໄຈ ໄຂປິດສະໜາ ເລື່ອງເລົ່າຂານ ຕໍານານ ວິທະຍາສາດ ວິທະຍາການ.

ພາສົມພາສາ

ພາສາທີ່ນໍາໃຊ້ຖືກຕ້ອງກໍເປັນພາສົມພາສາ ຄັນໃຊ້ບໍ່ຖືກຕ້ອງກໍກາຍເປັນພາສາພາເສຽ

ທັມມະ ພຸດທະສາສນາ

ຄວາມຄິດທີ່ໄຮ້ເຂດແດນ ຍ່ອມນໍາມາເຊິ່ງຄວາມຮູ້ແຈ້ງແຫ່ງສັບພະສິ່ງ.

ນັກບິນ ກະວີ ນັກຂຽນ ລາວອະເມຣິກັນ

ຊີວິດແລະຜົນງານ: ບົດກະວີ, ນິຍາຍ, ເລື່ອງສັ້ນ ຜົນງານທີ່ຖືກແປແລ້ວ, ບົດກະວີສາກົນເປັນລາວ ແລະ ປະສົບການທາງວັນນະກັມ.

Editor choices

ຖ້າທ່ານຜູ້ໃດຢາກໄປຢ້ຽມຢາມ ເມືອງວິລະບູລີ ເມື່ອໄກ້ຈະຮອດເມືອງເຊໂປນຍັງອີກປະມານ 3 ກິໂລແມັດ ຢ່າລືມແວ່ເຂົ້າບ້ານນາບໍ່ ໄປທາງທິດເໜືອຕາມເສັ້ນທາງ 28A ປະມານ 47 ກິໂລແມັດ ກໍຈະຮອດເມືອງວິລະບູລີ

ອ່ານຕໍ່

ດວງອາທິດລອຍເດັ່ນ ເຄີຍເປັ່ງແສງ ເຖິງຍາມແລງກໍລອຍລັບ ລາຂອບຟ້າ ສະເໝືອນດັ່ງທຸກຊີວິດ ເຄີຍເຈີດຈ້າ ສະຫລາຍດັບສູນສິ້ນ ຕາມການເວລາ. ເຫລືອພຽງຄຸນຄວາມດີ ທີ່ເຄີຍສ້າງ

ອ່ານຕໍ່

ທິດງ້າວພາລູກຊາຍ ອາຍຸສາມປີເຂົ້າໄປທ່ອງທ່ຽວໃນເມືອງ ທິດງ້າວ ເໝົາລົດຕັກຊີ ພາທ່ອງໄປທຸກແຫ່ງຫົນ ຈົນຄໍ່າມືດຈືດຕາ ລູກຊາຍໄວກໍາລັງຮຽນຮູ້ ຖາມພໍ່ທຸກຢ່າງທີ່ເຫັນ

ອ່ານຕໍ່

ນັກຂຽນທີ່ຍັງມີຜົນງານ